www.fgks.org   »   [go: up one dir, main page]

Jump to content

ກາເຟ

ຈາກ ວິກິພີເດຍ
The printable version is no longer supported and may have rendering errors. Please update your browser bookmarks and please use the default browser print function instead.
ກາເຟດຳເຊິ່ງບັນຈຸໃນຖ້ວຍ

ກາເຟ (ອັງກິດ: coffee, ຝຣັ່ງ: café) ແມ່ນເຄື່ອງດື່ມທີ່ເຮັດແຕ່ມະເລັດ ເຊິ່ງໄດ້ແຕ່ຕົ້ນກາເຟ ຫຼືນິຍົມເອີ້ນວ່າ ເມັດກາເຟ ຂົ້ວ. ມີການປູກຕົ້ນກາເຟໃນຫຼາຍກວ່າ 70 ປະເທດທົ່ວໂລກ. ກາເຟຂຽວ(ກາເຟຍັງບໍ່ກາຍການຂົ້ວ) ແມ່ນໜຶ່ງໃນສິນຄ້າທາງການກະເສດ ເຊິ່ງມີການຊື້ຂາຍກັນຫຼາຍທີ່ສຸດໃນໂລກ. ກາເຟມີສ່ວນປະກອບຂອງຄາຟີອີນ ເຮັດໃຫ້ມັນມີສັບພະຄຸນຊູກຳລັງໃນມະນຸດ. ປັດຈຸບັນ ກາເຟແມ່ນເຄື່ອງດື່ມເຊິ່ງໄດ້ຮັບຄວາມນິຍົມທີ່ສຸດໃນໂລກ.[1]

ແມ່ນທີ່ເຊື່ອກັນວ່າສັບພະຄຸນຊູກຳລັງຈາກມະເລັດຂອງຕົ້ນກາເຟນັ້ນຖືກພໍ້ເປັນເທື່ອທຳອິດໃນເຢເມນ ແຖບອາລະເບຍ ແລະທາງຕະເວັນອອກສຽງເໜືອຂອງເອທິໂອເປຍ ແລະການປູກຕົ້ນກາເຟໃນສະໄໝທຳອິດໄດ້ແພ່ຂະຫຍາຍໃນໂລກອາຫຼັບ. ຫຼັກຖານບັນທຶກວ່າການດື່ມກາເຟໄດ້ປາກົດຂຶ້ນຮາວກາງຄິດສັດຕະວັດທີ່ 15 ອັນແມ່ນຫຼັກຖານເຊິ່ງເຊື່ອຖືໄດ້ ແລະເກົ່າແກ່ທີ່ສຸດ. ຖືກພໍ້ໃນວິຫານຊູຟີ ໃນເຢເມນ ແຖບອາລະເບຍ ແຕ່ໂລກມຸດສະລິມ. ກາເຟໄດ້ແພ່ຂະຫຍາຍໄປຍັງທະວີບເອີລົບ ອິນໂດນີເຊຍ ແລະທະວີບອະເມລິກາ. ໃນລະຫວ່າງທີ່ກາເຟເລີ່ມເດີນທາງແຕ່ທະວີບອະເມລິກາເໜືອແລະຕະເວັນອອກກາງສູ່ທະວີບເອີລົບ ກາເຟໄດ້ຖືກສົ່ງກາຍໄປຍັງຊິຊິລີແລະອິຕາລີໃນຕອນກົກຄິດສັດຕະວັດທີ່ 17, ແຕ່ນັ້ນກາຍຕຸລະກີໄປຍັງກີດ ຮັງກາລີ ແລະອອດເຕຍໃນຕອນປາຍຄິດສັດຕະວັດທີ່ 17. ຈາກອິຕາລີແລະອອດເຕຍ ກາເຟໄດ້ແພ່ຂະຫຍາຍໄປຍັງສ່ວນທີ່ເຫຼືອຂອງທະວິບເອີລົບ. ກາເຟໄດ້ເຂົ້າມາມີບົດບາດສຳຄັນໃນສັງຄົມຫຼາຍບ່ອນຕະຫຼອດປະວັດສາດ. ໃນແອຟິກາແລະເຢເມນ ມັນຖືກໃຊ້ຮ່ວມນຳພິທີກຳທາງສາດສະໜາ. ຜົນທີ່ຕາມມາແມ່ນ ສາດສະນະຈັກເອທີໂອເປຍ ໄດ້ສັ່ງຫ້າມການບໍລິໂພກກາເຟຕະຫຼອກການ. ຈົນຮອດລັດຊະສະໄໝຂອງຈັກກະພັດເມເນລິກທີ່ 2. ມັນຍັງໄດ້ຖືກຫ້າມໃນຈັກກະວັດອອດໂຕມັນລະຫວ່າງຄິດສັດຕະວັດທີ່ 17 ເນື່ອງຈາກສາເຫດທາງການເມືອງ ແລະ ມີສ່ວນກ່ຽວພັນນຳກິດຈະກຳທາງການເມືອງຫົວຮຸນແຮງໃນທະວີບເອີລົບ.

ເບິ່ງຕື່ມ

ອ້າງອີງ

  1. Oder, Tom (June 9, 2015). "How coffee changed the world". Mother Nature Network. Narrative Content Group, 31/10/2018.